ຜັກຫອມເປ
ສະບາຍດີ ອາຫານລາວວັນນີ້ ຂໍນຳສະເໜີ ຜັກຫອມເປ ການນຳໃຊ້ ອາຫານ ສີນຄ້າ ພືດເປັນຢາ ຊື່ວິທະຍາສາດ / ຕະກຸນ Eryngium foetidum L. / Apiaceae ຊື່ພ້ອງ Eryngium foetidum Walter Eryngium foetidum f. comosum Urb. Eryngium foetidum f. nudum H.Wolff ຊື່ອື່ນ ລາວ: ຫອມເປ, ຫອມເທດ. ໄທ: ຜັກຊີຝຣັ່ງ ( ທົ່ວໄປ ), ຜັກຊີດອຍ, ຜັກຈີດອຍ, ຜັກຈີຝຣັ່ງ, ຫອມປ້ອມກຸລາ, ຫອມປ້ອມກູລວາ, ຫອມປ້ອມເປີ້ ບັນຍາຍລັກສະນະພືດສາດ + ລຳຕົ້ນ : ເປັນລຳຕົ້ນ ຫຼື ເຫງົ້າໃຕ້ດິນ ແລະ ອາດຢູ່ເໜືອດິນເລັກນ້ອຍ. + ຮາກ : ເປັນລະບົບຮາກແກ້ວ, ມີຮາກຝອຍແຕກຍ່ອຍອອກຮອບໆ. + ໃບ : ແທງອອກຈາກເຫງົ້າທີ່ເປັນລຳຕົ້ນລຽນວຽນຮອບເຫງົ້າແໜ້ນເປັນຈຸກ, ກ້ານໃບມີລັກສະນະສັ້ນ ຍາວ 0.5–1 ຊັງຕີແມັດ. ໃບຮູບໄຂ່-ຂອບຂະໜານ, ກວ້າງ 1–4 ຊັງຕີແມັດ ແລະ ຍາວ 5–35 ຊັງຕີແມັດ. ປາຍໃບແຫຼມ, ຂອບໃບແຂ້ວເລື້ອຍ, ແຂງກະດ້າງ, ໃບອ່ອນມີສີຂຽວສົດ ເມື່ອແກ່ມີສີຂຽວເຂັ້ມ. + ດອກ : ເກີດຢູ່ປາຍຍອດເຄີ່ງກາງຂອງລຳຕົ້ນ, ມີກ້ານດອກແຂງຍາວ 10–30 ຊັງຕີແມັດ, ໃບປະດັບຢູ່ກ້ານດອກ ຮູບຫອກ. ກາບດອກສີຂຽວ 5 ກາບ, ຮູບຂະໜານແກມຮູບໄຂ່ ຍາວປະມານ 0.5–0.75 ຊັງຕີແມັດ ແລະ ມີກາບດອກ 5–7 ກາບ, ສີຂາວ. ດອກມີດອກຍ່ອຍຈຳນວນຫຼາຍເປັນດອກສົມ...